Sunday, March 20, 2011

Seng wedding ງານດອງ ແສງ 15-12-2010

ງານແຕ່ງ ແສງ

ອັນນີ້ແມ່ນງານດອງ ຂອງນ້ອງນາງສາວ ແສງຍົນ
ມື້ນັ້ນເປັນມື້1 ທີ່ອາກາດດີ ເສຍທີແຕ່ ໝູ່ຄູ່ເຮົາບໍ່ພາກັນໄປ
ນາງຕູ່ນດຳ ເພີ່ນຄາ ແລະ ໃຫ້ເຫດຜົນວ່າຄາຍ້າຍບ້ານ ເຮົາໂທໆໆໆໆໄປແນວໃດກໍ່ບໍ່ຮັບສາຍ
ສ່ວນນາງນິກ ບອກງ່າຍໆວ່າລືມ ບ້າເລີຍ ບັດດອງກະເອົາໄປໃຫ້ລະວ່າລືມ ເຫີໆໆໆໆໆໆໆໆ
ເບິ່ງຮູບກັນເລີຍ



ເລີ່ມຕົ້ນດ້ວຍ ເດັດກັບແສງ ແສງເຮັດຕາເຄີ້ມເລີຍ 555
ສົມເດັດສຸດຫຼໍ່ຂອງເຮົາ
ແສງກັບເຈົ້າຂອງກ້ອງຖ່າຍຮູບ

ໂຕະອາຫາທີ່ເຮົານັ້່ງ ອາຫາພຽບ ແຊບທີ່ສຸດເລີຍ


ເດັດເກັກລໍ່

ເປັນແນວໃດສະຫຼູບວ່າໂຕະນິມີແຕ່ບັກເດັດ
ໂອຍັງເຫຼືອຢູ່ 5555
2ສ່ຽວເກັກຫຼໍ່ນຳກັນ ວ່າຊັ້ນໄປ
ຮູບນີຕອນສາວທອນ ປະກົດກາຍ ຫ່າໆໆໆ ສາວທອນຫາກໍ່ມາ
ແຕ່ຢູ່ແປ໋ບດຽວມັນກະອອກໄປ


ແຕ່ບໍ່ທັນໄດ້ຖ່າຍເຈົ້າບ່າວຊ້ຳ 5555
-----------------
ຮູບທັງໝົດ


dong-seng-15-12-2010

Wednesday, June 30, 2010

ບັນຍາກາດ ກ່ອນເຂົ້າຫ່້ອງເສັງ



ເປັນວັນທີ 7/06/2010 ກຳລັງຈະເຂົ້າເສັງວິຊາ ອາຈານທ່ອນຄຳ

ສະບາຍດີ ໝູ່ເພື່ອນ

ອ້າຍນ້ອງໝູ່ເພື່ອນທຸກໆ ຄົນສຳລັບໂອກາດນີ້ຂ້າພະເຈົ້າ ຕໍ່ຄຳ ພິລາກອນ ຜູ້ດຳເນີນລາຍການ ບລ໋ອກນີ້
ຈະຖືເອົາບລ໋ອກນີ້ເປັນ ປື້ມບັນທຶກ ຄວາມຊົງຈຳຂອງພວກເຮົາ ໝູ່ເພື່ອນ ກັບໂຮງຮຽນ ປາກປ່າສັກ

ວຽງຈັນ
ລົງວັນທີ 01/07/2010